ພິທີເປີດສະຖາບັນຍຸຕິທໍາພາກໃຕ້ ແຂວງຈໍາປາສັກ

     ໃນຕອນເຊົ້າຂອງວັນທີ 15 ກັນຍາ 2016 ທີ່ ສະຖາບັນຍຸຕິທໍາພາກໃຕ້ ແຂວງຈໍາປາສັກ ໄດ້ມີພິທີເປີດສະຖາບັນຍຸຕິທໍາພາກໃຕ້ ແຂວງຈໍາປາສັກຂຶ້ນ ໂດຍການເປັນທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ເຂົ້າຮ່ວມ ເປັນກຽດໂດຍ ທ່ານ ນິພອນ ວຽງປະເສີດ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຈໍາສັກ, ທ່ານ ບຸນເລີດ ວໍລະຈິດ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ຈໍາປາສັກ, ມີບັນດາຫົວໜ້າພະແນກ, ຫົວໜ້າຫ້ອງການອ້ອມຂ້າງແຂວງ, ຜູ້ອໍາ ນວຍການ, ວິທະຍາໄລທັງພາກລັດ ແລະ ເອກະຊົນ ພ້ອມດ້ວຍພະນັກງານ, ຄູ-ອາຈານ ເຂົ້າຮ່ວມທັງໝົດ 59 ທ່ານ.

     ໃນພິທີທ່ານ ບຸນທາ ຊົ່ງເຢີທ່າວ ຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງຍຸຕິທຳ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 732/ກຍ, ລົງວັນທີ 18 ສິງຫາ 2016 ວ່າດ້ວຍ ການແຕ່ງຕັ້ງ ທ່ານ ໄຊຍາ ຈົນທະນາໄລ ຮອງຫົວ ໜ້າສະຖາບັນຍຸຕິທຳພາກກາງ ເປັນຜູ້ຮັກສາການຫົວໜ້າສະຖາບັນຍຸຕິທໍາພາກໃຕ້, ທ່ານ ສົມປະເສີດ ຍືນພອນສະຫວັດ ຫົວໜ້າຫ້ອງການສະພາວິທະຍາສາດ ສະຖາບັນຍຸຕິທຳພາກກາງ ເປັນຮອງຫົວໜ້າສະຖາບັນຍຸຕິທໍາພາກໃຕ້ ທັງນີ້ກໍເພື່ອເປັນ ການປະກອບໃສ່ໂຄງຮ່າງບຸກຄະລາກອນ ກໍຄືກົງຈັກການຈັດຕັ້ງຂອງສະຖາບັນຍຸຕິທຳພາກໃຕ້ ແຂວງຈຳປາສັກ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການເມືອງໃນໄລຍະໃໝ່.

     ໃນຕອນທ້າຍພິທີ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ຄຳໂອ້ລົມ ແລະ ສະແດງຄວາມຍິນດີນໍາຜູ້ທີ່ຖືກແຕ່ງຕັ້ງເປັນຄະນະສະຖາບັນຍຸຕິທໍາພາກໃຕ້ ແຂວງຈໍາສັກ ໃຫ້ເຄື່ອນໄຫວວຽກງານຕາມພາລະບົດ ບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຕົນ. ພ້ອມກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ຖືກການແຕ່ງຕັ້ງຄັ້ງນີ້ ໃຫ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງໃຫ້ໜັກແໜ້ນ ແລະ ເຮັດສໍາເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ໃຫ້ໄດ້ຮັບຜົນ ສຳເລັດດີ. 

ຂ່າວ: ໄຊຍະສິດ;    ພາບ: ວຽງໄຊ