ສະຖາບັນຍຸຕິທໍາແຫ່ງຊາດ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 26 ປີ

Primary tabs

ໃນຕອນເຊົ້າວັນທີ 6 ຕຸລາ 2020 ທີ່ຜ່ານມານີ້ ຢູ່ສະໂມສອນຂອງສະຖາບັນຍຸຕິທຳແຫ່ງຊາດໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບ ຮອບ 26 ປີ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດຂຶ້ນເລົ່າມູນເຊື້ອ ປະຫວັດຄວາມເປັນມາຂອງວັນຄູ ເພື່ອລະນຶກເຖິງບຸນຄຸນຂອງຄູລາວເຮົາ ທີ່ມີບົດບາດໃນການຕໍ່ສູ້ກັບພວກລ່າເມືອງຂຶ້ນ ຢ່າງພິລະອາດຫານ ແລະ ໄດ້ຖ່າຍທອດວິຊາຄວາມຮູ້ໃຫ້ຄົນຮຸ່ນຫຼັງສືບທອດກັນມາ. ດັ່ງນັ້ນ ວັນທີ 7 ຕຸລາ ຈຶ່ງມີຄວາມໝາຍຄວາມສຳຄັນ ທັງເປັນການສະແດງຄວາມຮູ້ບຸນຄຸນ, ຄວາມກະຕັນຍູກະຕະເວທີ ທີ່ມີຕໍ່ຄູ-ອາຈານ, ການເຊີດຊູກຽດສັກສີ, ຄຸນງາມຄວາມດີ, ຖານະບົດບາດຂອງຄູທີ່ມີຕໍ່ສັງຄົມ ແລະ ປະເທດຊາດ ຊຶ່ງຄຳວ່າ: “ ຄູ “ ແມ່ນເປັນຄຳສືບທອດຫຼາຍເຊັ່ນຄົນ, ຄູໝາຍເຖິງຄົນທີ່ມີຄວາມຮູ້ ແລະ ປະສົບການ, ເປັນຜູ້ສິດສອນ ຖ່າຍທອດຄວາມຮູ້ ແລະ ສຶກສາອົບຮົມໃຫ້ແກ່ນັກຮຽນ, ນັກສຶກສາ, ເປັນຜູ້ນຳເອົານະໂຍບາຍ ແລະ ນະວັດຕະກຳໃໝ່ໆລົງສູ່ຊຸມຊົນ ແລະ ອື່ນໆ. ໄລຍະຜ່ານມາ ພະນັກງານຄູ-ອາຈານ ໃນທົ່ວປະເທດ ໄດ້ປະກອບສ່ວນຢ່າງຫຼວງຫຼາຍຕໍ່ວຽກງານການສຶກສາ, ກໍຄືການພັດທະນາຊັບພະຍາກອນມະນຸດເວົ້າລວມ, ເວົ້າສະເພາະ ກໍແມ່ນພະນັກງານຄູ-ອາຈານຂອງສະຖາບັນຍຸຕິທຳແຫ່ງຊາດ ທີ່ໄດ້ປະກອບສ່ວນທັງເຫື່ອແຮງ ແລະ ສະຕິປັນຍາໃນການສິດສອນນັກສຶກສາກົດໝາຍອອກມາຮັບໃຊ້ສັງຄົມໃນແຕ່ລະປີ ເປັນຈຳນວນຫຼວງຫຼາຍ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ, ສີວິໄລ ແລະ ຍຸຕິທຳນອກຈາກນີ້ກໍຍັງມີການສະແດງສີລະປະ-ວັນນະຄະດີ ແລະ ມີການມອບໃບຍ້ອງຍໍ ໃຫ້ນັກສຶກສາທີ່ມີຜົນການຮຽນດີເດັ່ນ ທັງເປັນແບບຢ່າງໃນການສຶກສາ-ຮໍ່າຮຽນ ແລະ ປະຕິບັດກົດລະບຽບທີ່ທາງສະຖາບັນວາງອອກ.

ພາບໂດຍ: ສົມຫວັງ
ຂ່າວໂດຍ: ອ່ອນຄຳ ໄຊຍະວົງ