ພິທີ ປະດັບຫຼຽນໄຊແຮງງານ ແລະ ມອບໃບຍ້ອງຍໍບັ້ນແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ທີ່ສະຖາບັນຍຸຕິທໍາແຫ່ງຊາດ ສາຂາຫຼວງພະບາງ

Primary tabs

          ຕອນບ່າຍວັນທີ 11 ມັງກອນ 2023 ຢູ່ທີ່ຫ້ອງປະຊຸມໃຫຍ່ສະຖາບັນຍຸຕິທໍາແຫ່ງຊາດ ສາຂາຫຼວງພະບາງ ໄດ້ມີ ພິທີ ປະດັບຫຼຽນໄຊແຮງງານ ແລະ ມອບໃບຍ້ອງຍໍບັ້ນແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ຂຶ້ນໃຫ້ກຽດເປັນປະທານໂດຍ ທ່ານ ບຸນເລື່ອມ ມະນີວົງ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງຫຼວງພະບາງ, ມີ ທ່ານ ແສງອາລຸນ ພັນນະລັດ ເລຂາຄະນະພັກ ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ ສາຂາຫຼວງພະບາງ ພ້ອມດ້ວຍຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກສໍາຮອງ ແລະ ສົມບູນ ເຂົ້າຮ່ວມຢ່າງພ້ອມພຽງ.

อาจเป็นรูปภาพของ 6 คน และ ผู้คนกำลังยืน
          ກອງປະຊຸມ ທ່ານ ແສງອາລຸນ ພັນນະລັດ ໄດ້ຂຶ້ນຜ່ານບົດລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດການແຂ່ງຂັນຮັກຊາດ ແລະ ພັດທະນາ, ໃນໄລຍະ 5 ປີ (2016-2020) ທີ່ຜ່ານມາ ແລະ ທິດທາງແຜນການ ປີ 2021-2025 ໂດຍທ່ານໄດ້ຍົກໃຫ້ເຫັນດ້ານດີຫຼາຍໆດ້ານ ທີ່ສະຖາບັນຍຸຕິທໍາແຫ່ງຊາດ ສາຂາຫຼວງພະບາງ ສາມາດຍາດມາໄດ້ ເປັນຕົ້ນ ແມ່ນໃນໄລຍະ 5 ປີ ທີ່ຜ່ານມາ ສະຖາບັນ ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກຕ່າງໆເຊັ່ນ: ຕຶກອາຄານຫ້ອງຮຽນ, ຫ້ອງການ, ຫ້ອງຄອມພິວເຕີ, ສະໂມສອນໃນຮົ່ມ, ປ້າຍຊື່ສະຖາບັນ, ເດີ່ນຈອດລົດ, ຮົ້ວກໍາແພງ, ເດີ່ນກິລາຕ່າງໆ ສາມາດຕອບສະໜອງພຽງພໍກັບຄວາມຕ້ອງການຂອງໜ້າທີ່ວຽກງານຕົວຈິງ ແລະ ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະສະຖາບັນໄດ້ຕັ້ງໜ້າໃນການກໍ່ສ້າງໜ່ວຍພັກເຂັ້ມແຂງຮູ້ນໍາພາຮອບດ້ານ ຈົນໄດ້ຮັບນາມມະຍົດໜ່ວຍພັກເຂັ້ມແຂງຮູ້ນໍາພາຮອບດ້ານໄດ້ຈໍານວນ 7 ຄັ້ງ ແລະ ໄດ້ຮັບນາມມະຍົດໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 2 ຄັ້ງ ໃນປີ 2018 ແລະ ປີ 2019; 4 ໜ່ວຍພັກທີ່ຂຶ້ນກັບແມ່ນໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນປີ 2019, 2020 ແລະ ປີ 2021.

อาจเป็นรูปภาพของ 12 คน และ ผู้คนกำลังยืน

อาจเป็นรูปภาพของ 11 คน และ ผู้คนกำลังยืน

          ໃນພິທີໄດ້ມີການຂຶ້ນຜ່ານເອກະສານທີ່ສໍາຄັນຂອງລັດຖະບານ ແລະ ເອກະສານຂອງແຂວງ ວ່າດ້ວຍເງື່ອນໄຂ, ມາດຖານ ແລະ ການປະດັບຫຼຽນໄຊແຮງງານ ແລະ ມອບໃບຍ້ອງຍໍບັ້ນແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາໃຫ້ພະນັກງານທີ່ມີຜົນງານດີເດັ່ນໃນໄລຍະ 5 ປີ ທີ່ຜ່ານມາ ໃນນັ້ນມີ ຫຼຽນກາແຮງງານຂອງກົມກອງ 1 ຫຼຽນ, ຫຼຽນໄຊແຮງງານຊັ້ນ II ຈໍານວນ 3 ທ່ານ, ຫຼຽນໄຊແຮງງານຊັ້ນ III ຈໍານວນ 4 ທ່ານ, ມອບໃບຍ້ອງຍໍຂັ້ນລັດຖະບານ ຈໍານວນ 52 ທ່ານ ແລະ ໃບຍ້ອງຍໍຂັ້ນແຂວງຈໍານວນ 18 ທ່ານ. ໃນຕອນທ້າຍຂອງພິທີກໍຍັງໄດ້ຮັບຟັງການໂອ້ລົມຈາກຄະນະພັກຂັ້ນເທິງຕື່ມອີກດ້ວຍ.

อาจเป็นรูปภาพของ 12 คน และ ผู้คนกำลังยืน

อาจเป็นรูปภาพของ 14 คน และ ผู้คนกำลังยืน

                              ຂ່າວ-ພາບໂດຍ: ອານຸລັກ ພົມເພັດ