ຫ້ອງການຍຸຕິທຳ ເມືອງໄຊທານີ ປິດຊຸດຝຶກອົບຮົມກົດໝາຍ 45 ວັນ

ຫ້ອງການຍຸຕິທຳເມືອງໄຊທານີ ໄດ້ຈັດພິທີປິດຊຸດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ ຊຸດທີ I ປະຈຳປີ 2019 ຂຶ້ນ ໃນຕອນເຊົ້າຂອງວັນທີ 28 ສິງຫາ 2019 ທີ່ຫ້ອງປະຊຸມໃຫຍ່ ກະຊວງຍຸຕິທຳ; ພາຍໃຕ້ການເປັນປະທານຂອງທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ; ມີທ່ານ ຄຳປະດິດ ເຂັມມານິດ ຄະນະພັກນະຄອນຫຼວງວຽງຈັນ, ເຈົ້າເມືອງໄຊທານີ; ທ່ານ ບຸນເພັງ ສີນະວົງພອນ ຄະນະພັກນະຄອນຫຼວງວຽງຈັນ, ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ; ມີຫົວໜ້າ, ຮອງຫົວໜ້າຫ້ອງການຍຸຕິທຳເມືອງ, ແຂກຖືກເຊີນ ຕະຫຼອດຮອດຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມ ທັງໝົດ 94 ທ່ານ, ຍິງ 19 ທ່ານ.

ໃນພິທີ ທ່ານນາງ ຄຳໄຜ່ ໄຊຍະວົງ ຫົວໜ້າຫ້ອງການຍຸຕິທຳເມືອງໄຊທານີ ໄດ້ຜ່ານບົດສະຫຼຸບຜົນສຳເລັດການຈັດຕັ້ງປະຕິບັດຊຸດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ, ຊຸດທີ I ປະຈຳປີ 2019 ຊຶ່ງການຈັດຝຶກອົບຮົມກົດໝາຍໃນຄັ້ງນີ້ ເພື່ອນໍາເອົາເນື້ອໃນຂອງລັດຖະທຳມະນູນ ແລະ ກົດໝາຍຂອງຂະແໜງການຕ່າງໆ ທີ່ລັດປະກາດໃຊ້ແຕ່ລະໄລຍະມາສິດສອນ, ຊີ້ແຈງ ແລະ ອະທິບາຍໃຫ້ພະນັກງານຫຼັກແຫຼ່ງພາຍໃນເມືອງໄຊທານີ ໄດ້ຮັບຮູ້ ແລະ ເຂົ້າໃຈແລ້ວນໍາໄປຈັດຕັ້ງປະຕິບັດ ເພື່ອເປັນການຍົກສູງບົດບາດການນໍາພາຂອງພັກຕໍ່ວຽກງານຄຸ້ມຄອງລັດໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ຊຸດຝຶກອົບຮົມຄັ້ງນີ້ ປະກອບມີ 35 ວິຊາ, ມີ 23 ໜ່ວຍກິດ, ໃຊ້ເວລາຝຶກອົບຮົມ 368 ຊົ່ວໂມງ. ຫຼັງຈາກນັ້ນ, ກໍໄດ້ມີການມອບໃບຢັ້ງຢືນ ແລະ ໃບຍ້ອງຍໍຂອງທ່ານເຈົ້າເມືອງໄຊທານີ ໃຫ້ແກ່ຜູ້ທີ່ສຳເລັດການຝຶກອົບຮົມ ຈຳນວນ 38 ທ່ານ, ຍິງ 9 ທ່ານ, ໃຫ້ກຽດມອບໂດຍ ທ່ານ ຄຳປະດິດ ເຂັມມານິດ ຄະນະພັກນະຄອນຫຼວງວຽງຈັນ; ພ້ອມດຽວກັນນັ້ນ, ກໍໄດ້ມອບໃບຍ້ອງຍໍ ຂອງທ່ານຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ ໃຫ້ນັກຝຶກອົບຮົມ, ຄູ-ອາຈານ ແລະ ຄະນະຮັບຜິດຊອບ ໃຫ້ກຽດມອບໂດຍ ທ່ານ ບຸນເພັງ ສີນະວົງພອນ ຄະນະພັກນະຄອນຫຼວງວຽງຈັນ, ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ ຕື່ມອີກ.
ໃນຕອນທ້າຍຂອງພິທີ ທ່ານປະທານໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກຝຶກອົບຮົມ ທີ່ໄດ້ເອົາໃຈໃສ່ໃນການສິດສອນ ແລະ ຄົ້ນຄວ້າຮ່ຳຮຽນຈົນສຳເລັດ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມ ຈົ່ງເປັນແບບຢ່າງໃນການສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍ, ນຳເອົາຄວາມຮູ້, ຄວາມສາມາດທີ່ໄດ້ຮຽນມາ ໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ເກີດຜົນປະໂຫຍດສູງສຸດ.

ຂຽນຂ່າວ-ຖ່າຍພາບໂດຍ: ຊາຍພິມພອນ ສີຣິວົງໄຊ