ນະຄອນຫຼວງວຽງຈັນ ເພີ່ມທະວີເອົາໃຈໃສ່ຕໍ່ວຽກງານຍຸຕິທຳຮາກຖານ

     ພະແນກຍຸຕິທຳນະຄອນຫຼວງວຽງຈັນ ສົມທົບກັບຫ້ອງການຍຸຕິທຳເມືອງຫາດຊາຍຟອງ ເພີ່ມທະວົງເອົາໃຈໃສ່ວຽກງານຍຸຕິທຳຮາກຖານ ໂດຍໄດ້ລົງເຄື່ອນໄຫວຈັດຕັ້ງພິທີໂຄສະນາເຜີຍແຜ່ກົດໝາຍ ໃຫ້ແກ່ບ້ານ ແລະ ໂຮງຮຽນ

     ໃນການລົງເຄື່ອນໄຫວຈັດຕັ້ງພິທີໂຄສະນາເຜີຍແຜ່ກົດໝາຍ ຂອງຫ້ອງການຍຸຕິທຳເມືອງຫາດຊາຍຟອງ ແມ່ນໄດ້ປະຕິບັດຕາມຂໍ້ຕົກລົງ ເລກທີ 01/ນຍ, ລົງວັນທີ 6 ມັງກອນ 2016 ຂອງນາຍົກລັດຖະມົນຕີ ວ່າດ້ວຍການສ້າງຕັ້ງ ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ຂໍ້ຕົກລົງ ເລກທີ 404/ກຍ, ລົງວັນທີ 28 ເມສາ 2016 ຂອງກະຊວງຍຸຕິທຳ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະ ຄຳແນະນຳ ເລກທີ 552/ກຍ, ລົງວັນທີ 20 ມິຖຸ ນາ 2016 ຂໍ້ຕົກລົງ ເລກທີ 720/ຈມ. ຫຊຟ, ລົງວັນທີ 4 ຕຸລາ 2016 ຂອງເມືອງຫາດຊາຍຟອງ ວ່າດ້ວຍການແຕ່ງຕັ້ງຄະນະໂຄສະນາເຜີຍແຜ່ກົດໝາຍຂັ້ນເມືອງ.

     ຕົ້ນເດືອນທັນວາ 2016 ໄດ້ມີພິທີຈັດຕັ້ງໂຄສະນາເຜີຍແຜ່ກົດໝາຍຂຶ້ນ ທີ່ວັດດົງຄຳຊ້າງ, ບ້ານດົງຄຳຊ້າ ແລະ ທີ່ຫ້ອງການບ້ານຫາດຊາຍຂາວ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນເພັງ ກ້ານແກ້ວ ຫົວໜ້າຫ້ອງການຍຸຕິທຳເມືອງຫາດຊາຍຟອງ, ທ່ານ ເພັດມຸກດາວົງສະຫວັດ ຮອງຫົວໜ້າຫ້ອງການກົດໝາຍ ແລະ ໂຄສະນາອົບອົບຮົມກົດໝາຍ ພະແນກຍຸຕິທຳນະຄອນຫຼວງວຽງຈັນ, ທ່ານ ເພັດສະໝອນ ຕຽມຕິສັກ ຮອງຫົວໜ້າຫ້ອງການໂຍທາທິການ ຜູ້ຊີ້ນຳວຽກງານຜັງເມືອງຫາດຊາຍຟອງ ແລະ ທ່ານ ວິລະເດດ ວົງສະຫງ່າ ຮອງຫົວໜ້າຊັບພະຍາກອນ ແລະ ສິ່ງແວດລ້ອມ ເມືອງຫາດຊາຍຟອງ ມີປະຊາຊົນພາຍໃນບ້ານເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

    ພາຍໃນພິທີໄດ້ນຳເອົາກົດໝາຍຕ້ານຍາເສບຕິດ, ກົດໝາຍຄອບຄົວ, ກົດໝາຍວ່າດ້ວຍການສືບທອດມູນມໍຣະດົກ, ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ກົດໝາຍວ່າດ້ວຍທີ່ດິນ ແລະ ກົດໝາຍວ່າດ້ວຍ ຜັງເມືອງ ມາດຜີຍແຜ່ໃຫ້ພໍ່ແມ່ປະຊາຊົນ, ຊາວໜຸ່ມ, ໄວໜຸ່ມ, ນັກສຶກສາພາຍໃນບ້ານໃຫ້ຮັບຮູ້ກົດໝາຍ ແລະ ເຂົ້າໃຈໃນການສ້າງຄອບຄົວ, ການໝັ້ນໝາຍ-ແຕ່ງດອງ, ໃຊ້ຊີວິດຢູ່ຮ່ວມກັນຂອງຄອບຄົວຄູ່ຜົວເມຍ, ຮັບຮູ້ຊັບເດີມກ່ອນ ການແຕ່ງດອງ, ສິນສົມສ້າງ ແລະ ການຂໍເອົາເດັກນ້ອຍມາເປັນລູກລ້ຽງ ແມ່ນມີສິດເທົ່າທຽບກັນກັບລູກຄີງ, ຮັບຮູ້ຜົນຮ້າຍຈາກໄພຢາເສບຕິດ ແລະ ເຮັດໃຫ້ປາກົດການຫຍໍ້ທໍ້ໃນສັງຄົມຫຼຸດໜ້ອຍຖອຍລົງ.

         ທ່ານ ບຸນເພັງ ກ້ານແກ້ວ ຫົວໜ້າຫ້ອງການຍຸຕິທຳເມືອງຫາດຊາຍຟອງ ກ່າວວ່າ: ຫ້ອງການຍຸຕິທຳເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນຫ້ອງການໜຶ່ງທີ່ມີສາຍຕັ້ງຂຶ້ນກັບ ພະແນກຍຸຕິທຳນະຄອນຫຼວງວຽງຈັນ ມີ

ສາຍຂວາງຂຶ້ນກັບຫ້ອງວ່າການປົກຄອງເມືອງຫາດຊາຍຟອງ, ເມືອງຫາດຊາຍຟອງ ປະກອບມີ 60 ບ້ານ, ໂຮງຮຽນມີ 17 ແຫ່ງ. ຫ້ອງການຍຸຕິທຳເມືອງຫາດຊາຍຟອງ ເປັນຫ້ອງການໜຶ່ງ ຊຶ່ງເປັນເສນາທິການໃຫ້ເມືອງຫາດຊາຍຟອງ

ແລະ ໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນວຽກງານຍຸຕິທຳຮາກຖານ ຊຶ່ງປະກອບມີ 5 ວຽກໃຫຍ່ ຄື: 1. ວຽກງານສຶກສາອົບຮົມ, ໂຄສະນາເຜີຍແຜ່ສ້າງສະຕິເຄົາລົບກົດໝາຍ. 2. ​ວຽກງານສ້າງບ້ານປອດຄະດີ. ​3. ວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນ ບ້ານ. 4. ວຽກງານຍຸຕິທຳເດັກ ແລະ 5.​ ວຽກງານສ້າງບຸກຄະລາກອນກົດໝາຍໃຫ້ຮາກຖານບ້ານ.

    ໃນນັ້ນ,  ຫ້ອງການຍຸຕິທຳ ຂອງພວກເຮົາປະຈຸບັນໄດ້ສຸມໃສ່ວຽກງານສຶກສາອົບຮົມ ໂຄສະນາເຜີຍແຜ່ກົດໝາຍ ເພື່ອສ້າງສະຕິເຄົາລົບກົດໝາຍໃຫ້ແກ່ນັກຮຽນ, ນັກສຶກສາ ແລະ ປະຊາຊົນພາຍໃນເມືອງຫາດຊາຍຟອງ ຄາດໝາຍໃຫ້ໄດ້

10 ໂຮງຮຽນ ແລະ 15 ບ້ານ ທີ່ຢູ່ໃນແຜນຂອງປີ 2016 ໃນໄລຍະສົກງົບປະມານຂ້າມຜ່ານ ແລະ ສົກງົບປະມານ 2017 ຄາດໝາຍໃຫ້ສຳເລັດພາຍໃນເດືອນມີນາ 2017.

     ໃນການລົງເຄື່ອນໄຫວວຽກງານໂຄສະນາເຜີຍແຜ່ກົດໝາຍຄັ້ງນີ້ ເພື່ອສຶກສາອົບຮົມສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ ໃຫ້ແກ່ປະຊາຊົນເມືອງຫາດຊາຍຟອງ ໃຫ້ມີສະຕິເຄົາລົບກົດໝາຍ ໃຫ້ນັບມື້ນັບສູງຂຶ້ນ

ໂດຍກ້າວໄປສູ່ຄອບຄົວປອດຄະດີ ແລະ ກາຍເປັນເມືອງປອດຄະດີຢ່າງແທ້ຈິງ. 

ຂ່າວໂດຍ: ສຸວັນ ສີມະນີວົງ.