ຝຶກອົບຮົມທັກສະໃນການເປັນຄູຝຶກໃຫ້ແກ່ພະນັກງານຮັບຜິດຊອບວຽກງານໂຄສະນາເຜີຍແຜ່ກົດໝາຍ

ໃນຕອນເຊົ້າຂອງວັນທີ 8 ກໍລະກົດ 2019 ທີ່ຜ່ານມາ ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ໂດຍໄດ້ຮັບການສະໜັບສະໜູນຈາກ ໂຄງການສະໜັບສະໜູນທາງດ້ານຍຸດທະສາດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການປົກຄອງລັດດ້ວຍກົດໝາຍ ຢູ່ ສປປ ລາວ ຫຼື ໂຄງການ 3s-RoL ໄດ້ເປີດຊຸດຝຶກອົບຮົມ ທັກສະການເປັນຄູຝຶກ ໃນຫົວຂໍ້ “ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ” ຂຶ້ນທີ່ ໂຮງແຮມຄູນຊັບ, ເມືອງ ແກ້ວອຸດົມ, ແຂວງ ວຽງຈັນ; ພາຍໃຕ້ການເປັນປະທານຂອງ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ; ມີທ່ານຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ, ຕາງໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ, ອາຈານຖືກເຊີນຈາກຄະນະໂຄສະນາສູນກາງພັກ ແລະ ສູນກາງສະຫະພັນແມ່ຍິງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ ທັງໝົດ 20 ທ່ານ, ຍິງ 11 ທ່ານ.

ການຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບ ຄວາມຮູ້, ຄວາມສາມາດ, ເພີ່ມທັກສະ, ເຕັກນິກ ແລະ ຄວາມຊຳນິຊຳນານງານ ໃຫ້ພະນັກງານທີ່ຮັບຜິດຊອບວຽກງານໂຄສະນາເຜີຍແຜ່ກົດໝາຍ ເພື່ອສາມາດຈັດຕັ້ງປະຕິບັດໄດ້ ທັງລວງກວ້າງ ແລະ ລວງເລິກ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ມີຄຸນນະພາບສູງຂຶ້ນ ສາມາດຖ່າຍທອດຄວາມຮູ້ໃຫ້ແກ່ປະຊາຊົນໄດ້ເປັນຢ່າງດີ ເພື່ອສ້າງສະຕິເຄົາລົບ ແລະ ຈັດຕັ້ງປະຕິບັດກົດໝາຍໃຫ້ແກ່ສັງຄົມໄດ້ເປັນຢ່າງດີ. ການຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການບັນຍາຍ 5 ເນື້ອໃນຕົ້ນຕໍ ຄື: 1) ບັນຫາພື້ນຖານຂອງວຽກງານໂຄສະນາ; 2) ຄຸນລັກສະນະ ແລະ ສິລະປະໃນການເວົ້າ ຂອງນັກປາຖະກະຖາ; 3) ການໂຄສະນາເຄື່ອນທີ່; 4) ການໂຄສະນາຜ່ານສື່; 5) ບັນດານິຕິກຳກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ.
ເພື່ອເຮັດໃຫ້ການຝຶກອົບຮົມຄັ້ງນີ້ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ ທ່ານປະທານໄດ້ມີຄຳເຫັນໃຫ້ທິດຊີ້ນຳ ຕໍ່ຜູ້ເຂົ້າຮ່ວມຝຶກອົບຮົມ ໂດຍສະເພາະ ບັນດາຄູອາຈານ ແມ່ນໃຫ້ບັນຍາຍລະອຽດກ່ຽວກັບບົດຮຽນໃນການໂຄສະນາໃນໄລຍະຜ່ານມາ ໂດຍຍົກເອົາທັງທິດສະດີ ລວມທັງຍົກຕົວຢ່າງປະກອບ ເພື່ອຖ່າຍທອດຄວາມຮູ້ໃຫ້ແກ່ນັກຝຶກອົບຮົມທີ່ເຂົ້າຮ່ວມ; ນັກຝຶກອົບຮົມກໍຕ້ອງເອົາໃຈໃສ່ ຕິດຕາມ, ຊັກຖາມ, ແລກປ່ຽນບົດຮຽນກັບຄູອາຈານ ທີ່ໄດ້ຂຶ້ນຫ້ອງສິດສອນ-ຖ່າຍທອດຄວາມຮູ້ໃຫ້ ແລະ ຄະນະຈັດຕັ້ງ ກໍໃຫ້ເອົາໃຈໃສ່ອຳນວຍຄວາມສະດວກໃຫ້ແກ່ການຝຶກອົບຮົມໃນຄັ້ງນີ້ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍ. ການຝຶກອົບຮົມຊຸດນີ້ ແມ່ນດຳເນີນໄປຈົນເຖິງ ວັນທີ 12 ກໍລະກົດ 2019 ຈຶ່ງສຳເລັດ. 

ຂຽນຂ່າວ-ຖ່າຍພາບ: ຊາຍພິມພອນ ສີຣິວົງໄຊ

ປະເພດຂ່າວ: