ທ່ານຮອງລັດຖະມົນກະຊວງຍຸຕິທຳ ລົງພົບປະໂອ້ລົມພະນັກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານນະຄອນຫຼວງວຽງຈັນ

​        ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 24 ກຸມພາ 2017 ຢູ່​ທີ່​ພະ​ແນ​ກຍຸຕິ​ທໍາ​ນະຄອນຫຼວງວຽງຈັນ ​ໄດ້​ຈັດ​ກອງ​ປະຊຸມ​ພົບ​ປະ​ໂອ້​ລົມ ​ແລະ ​ແລກປຽ່ນບົດຮຽນດ້ານ​ວຽກງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ​ກັບພະນັກງານ​ຫ້ອງ ການ ​ແລະ ໜວ່ຍງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ​ແຕ່ລະ​ເມືອງ ​ທົ່ວ​ນະຄອນຫຼວງວຽງຈັນ ​ໂດຍ​ການ​ເປັນ​ປະທານ​ຂອງ​ ທ່ານ ​ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ທັງ​ເປັນ​ຜູ້​ຊີ້​ນຳ​ວຽກງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ, ມີຄະນະ​ນຳ​ຂອງ​ກົມ​ຄຸ້ມ​ຄອງ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ, ພະ​ແນ​ກຍຸຕິ​ທຳ​ນະຄອນຫຼວງວຽງຈັນ, ໜວ່ຍງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ຂອງ​ເມືອງ ​​ຕະຫຼອດຮອດພະນັກງານ-ລັດຖະ ກອນ​ ທີ່​ເຮັດ​ວຽກງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ​ເຂົ້າ​ຮວ່ມ ຈຳນວນ 110 ຄົນ,​ຍິງ 52 ຄົນ.

          ​ໃນ​ກອງປະຊຸມ​ ທ່ານ ສີວິ​ໄລ ທະວີ​ສິນ ຫົວໜ້າຫ້ອງການ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ ​ນະຄອນຫຼວງວຽງຈັນ ​ໄດ້​ຂຶ້ນ​ລາຍ​ງານກຽ່ວກັບ​ສະພາບ​ການ​ເຄື່ອນ​ໄຫວ​ວຽກງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ ຊຶ່​ງ​ໄດ້​ຍົກ​ໃຫ້ເຫັນຜົນງານ​ທີ່​ຍາດ​ມາ​ໄດ້​ໃນ​ລະຍະ 1 ປີ​ຜ່ານ​ມາ​, ມີ​ທັງ​ຂໍ້ສະດວກ ​ແລະ ຂໍ້ຄົງຄ້າງ ​ພ້ອມ​ທັງກຳນົດ​ທິດ​ທາງ​​ແຜນການ​ວຽກງານຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ​ ໃນ​ຕໍ່ໜ້າ. ຫຼັງຈາກ​ນັ້ນ, ບັນດາ​ຫົວໜ້າໜວ່ຍງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານຂອງ​ແຕ່ລະ​ເມືອງ ​ກໍ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນຢ່າງ​ກົງ​ໄປ​ກົງ​ມາ ໂດຍ​ສະ​ເພາະ​ລົງ​ເລິກ​ບັນຫາຄົງ​ຄ້າງ​ໃນ​ການ​ປະຕິບັດໜ້າທີ່​ວິຊາ​ສະ​ເພາະ​ໃນ​ລະຍະ​ຜ່ານ​ມາ  ​ເພື່ອ​ຮັບປະກັນໃຫ້ຄຳ​ຕັດສີນ​ຂອງ​ສານ​​ ໄດ້ຮັບ​ການຈັດ​ຕັ້ງ​ປະຕິບັດ​ຢ່າງຖືກຕ້ອງ, ວ່ອງ​ໄວ ​ແລະ ມີ​ປະສິດທິພາບ, ຫຼຸດຜ່ອນ​ຫາງ​ສຽງຂອງ​ສັງຄົມ​ຕໍ່​ອົງການ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ ກໍ​ຄື ຫ້ອງການ ​ແລະ ໜວ່ຍງານ​ຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ​ທົ່ວ​ນະຄອນຫຼວງວຽງຈັນ.

          ​ໃນ​ຕອນ​ທ້າຍ​ຂອງກອງປະຊຸມ ທ່ານ ​ໄພວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກໍ​ໄດ້​ໃຫ້ກຽດ​ໂອ້​ລົມ ຊຶ່ງກ່ອນ​ອື່ນ​ທ່ານ​​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ​ຜົນສຳ​ເລັດ​ໃນການ​ປະຕິບັດໜ້າທີ່​ວຽກງານ​ຈັດ​ຕັ້ງ​ປະຕິບັດ​ຄຳຕັດ ສີນ​ຂອງ​ສານ ​ໃນ​ລະຍະ​ຜ່ານ​ມາ. ພ້ອມ​ດຽວກັນ​ນັ້ນ, ​ທ່ານ​ຍັງ​ໄດ້​ເນັ້ນໜັກ​ໃຫ້​ຄະນະ​ນຳ​ ກໍ​ຄື​ ພະນັກງານ-ລັດຖະກອນ​ ທີ່​ເຮັດ​ວຽກຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສີນ​ຂອງ​ສານ​ ຈົ່ງ​ພ້ອມ​ກັນ​ເອົາ​ໃຈ​ໃສ່ປະຕິບັດໜ້າທີ່​ດ້ວຍ​ຄວາມ​ຮັບຜິດ ຊອບ​ສູງ,​ ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັບ​ພາກ​ສ່ວນທີ່​ກຽ່ວຂ້ອງ ​ເພື່ອ​ເຮັດ​ໃຫ້​ຄຳ​ຕັດສີນ​ຂອງ​ສານ ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ຖືກຕ້ອງ, ມີ​ປະສິດທິພາບ ​ແລະ ມີ​ຄວາມ​ຍຸຕິ​ທຳ.

ຂ່າວ ແລະ ຮູບພາບໂດຍ ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ