ສະພາທະນາຍຄວາມຈັດພິທີຮັບທະນາຍຄວາມ ຊຸດທີ 12

     ໃນຕອນບ່າຍຂອງວັນທີ 26 ເມສາ 2017 ທີ່ຜ່ານມາ ສະພາທະນາຍຄວາມໄດ້ຈັດພິທີຮັບທະນາຍຄວາມ ຊຸດທີ 12 ຂຶ້ນ ຢູ່ທີ່ຫ້ອງປະຊຸມຂອງສະພາທະນາຍຄວາມ ໂດຍການເປັນປະທານຂອງ ທ່ານ ຄຳໃສ ສຸລິນທອນ ປະທານ ສະພາທະນາຍຄວາມ, ເປັນກຽດເຂົ້າຮ່ວມຂອງ ທ່ານ ປອ. ຈອມຄຳ ບຸບຜາລີວັນ ຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ, ມີບັນດາທ່ານຄະນະປະຈຳສະພາທະນາຍຄວາມ ແລະ ທະນາຍຄວາມໃໝ່ເຂົ້າຮ່ວມ.

 

     ຈຸດປະສົງ ແມ່ນເພື່ອຮັບທະນາຍຄວາມໃໝ່ທີ່ໄດ້ຜ່ານການອົບຮົມທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ທີ່ຄົບຕາມເງື່ອນໄຂທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍທະນາຍຄວາມ ແລະ ກົດລະບຽບພາຍໃນຂອງສະພາທະ ນາຍຄວາມ. ໃນພິທີ ທ່ານ ນິວັນ ສົມແສງດີ ຄະນະປະຈຳສະພາທະນາຍຄວາມ ກໍໄດ້ສະຫຼຸບລາຍງານ ແລະ ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ວ່າດ້ວຍການແຕ່ງຕັ້ງທະນາຍຄວາມ ຊຶ່ງທະນາຍຄວາມທີ່ໄດ້ຮັບການແຕ່ງ ຕັ້ງໃນຄັ້ງນີ້ ມີຈຳນວນທັງໝົດ 30 ທ່ານ, ຍິງ 10 ທ່ານ. ຈາກນັ້ນທ່ານ ຄໍາໃສ ສຸລິນທອນ ປະທານສະພາທະນາຍຄວາມ ໄດ້ໃຫ້ກຽດມອບໃບແຕ່ງຕັ້ງທະນາຍຄວາມໃຫ້ແກ່ທະນາຍຄວາມໃໝ່. ຫຼັງຈາກນັ້ນທະນາຍຄວາມໃໝ່ກໍໄດ້ ພ້ອມກັນປະຕິຍານຕົນ ຊຶ່ງໄດ້ປະຕິຍານວ່າ ຈະຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນທະນາຍຄວາມທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ສື່ສັດຕໍ່ວິຊາຊີບ, ເຄົາລົບ ແລະ ປະຕິບັດຕາມແນວ ທາງນະໂຍບາຍ ຂອງພັກ, ກົດໝາຍຂອງລັດ ແລະ ກົດລະບຽບຂອງທະນາຍຄວາມ .

        ໃນຕອນທ້າຍຂອງພິທີ ທ່ານ ຄຳໃສ ສຸລິນທອນ ປະທານສະພາທະນາຍຄວາມ ກໍໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມໃນພິທີ ຊຶ່ງກ່ອນອື່ນທ່ານກໍໄດ້ສະແດງຄວາມຍິນດີ ແລະ ຍ້ອງຍໍຊົມເຊີຍທະນາຍຄວາມ ຊຸດທີ 12 ທີ່ໄດ້ຕັ້ງໃຈ ຄົ້ນຄວ້າຮ່ຳຮຽນຈົນຍາດໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ ແລະ ໄດ້ເນັ້ນໜັກໃຫ້ທະນາຍຄວາມທັງ 30 ທ່ານ ຈົ່ງພ້ອມກັນຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນທະນາຍຄວາມທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນທາດການ ເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ປະຕິບັດໜ້າທີ່ດ້ວຍຄວາມຊື່ສັດບໍລິສຸດ, ຍຸຕິທຳ, ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ເພື່ອປະກອບສ່ວນເຮັດໃຫ້ສັງຄົມນັບມື້ນັບມີຄວາມສະຫງົບ ແລະ ສີວິໄລ.

ຂຽນຂ່າວ: ສີປະໄພ  ພາບ: ຈັນທະວີສຸກ 

ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ