Submitted by xaiyphimphone on

ໃນຕອນເຊົ້າຂອງວັນທີ່ 26 ມີນາ 2021 ຜ່ານມາ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວວຽກງານຢູ່ແຂວງ ອຸດົມໄຊ ໃນໂອກາດທີ່ໄດ້ມາເຮັດວຽກງານໃນຄັ້ງນີ້ ທ່ານ ລັດຖະມົນຕີ ກໍ່ໄດ້ເຂົ້າພົບ ທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງ ເຈົ້າແຂວງ ອຸດົມໄຊ ເພື່ອລາຍງານຈຸດປະສົງຂອງການມາເຄື່ອນໄຫວໃນຄັ້ງນີ້ ຊຶ່ງ ທ່ານເຈົ້າແຂວງ ກໍສະແດງຄວາມຍ້ອງຍໍຊົມເຊີຍ ທີ່ຄະນະຂອງກະຊວງຍຸຕິທຳໄດ້ເອົາໃຈໃສ່ໃນການເຄື່ອນໄຫວວຽກງານຂອງຂະແໜງການຍຸຕິທຳ ໂດຍສະເພາະວຽກງານຍຸຕິທຳຮາກຖານ ແລະ ທ່ານກໍໄດ້ອວຍພອນໃຫ້ທ່ານລັດຖະມົນຕີພ້ອມດ້ວຍຄະນະຈົ່ງປະສົບຜົນສຳເລັດໃນການລົງມາເຮັດວຽກໃນຄັ້ງນີ້.
ຈາກນັ້ນ, ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ກໍໄດ້ລົງຊຸກຍູ້ວຽກງານຍຸຕິທໍາຢູ່ພະແນກຍຸຕິທໍາແຂວງ ໂດຍໄດ້ຮັບການຕ້ອນຮັບໂດຍ ທ່ານ ສອນສຸວັນ ປັນຍາວົງ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ ອຸດົມໄຊ ພ້ອມດ້ວຍຄະນະ ແລະ ຫົວໜ້າຫ້ອງການຍຸຕິທໍາ 7 ເມືອງ ພ້ອມດ້ວຍ ພະນັກງານ-ລັດຖະກອນຂອງພະແນກ ໂດຍໄດ້ຮັບຟັງການລາຍງານກ່ຽວກັບການເຄື່ອນໄຫວ ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເປັນຕົ້ນແມ່ນ ວຽກງານດ້ານການເມືອງ-ແນວຄິດ, ວຽກງານດ້ານວິຊາສະເພາະ, ການຕີລະຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ການກໍານົດທິດທາງແຜນການ ປະຈໍາປີ 2021 ຂອງພະແນກຍຸຕິທຳແຂວງ ອຸດົມໄຊ ເພື່ອເຮັດໃຫ້ການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານ ບັນລຸຕາມແຜນທີ່ວາງໄວ້. ນອກຈາກນີ້, ທ່ານລັດຖະມົນຕີກໍ່ໄດ້ມີຄໍາເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມ ແລະ ຍ້ອງຍໍຊົມເຊີຍ ຕໍ່ການຊີ້ນໍາ-ນໍາພາ ຂອງຄະນະພະແນກທີ່ມີຜົນສໍາເລັດ ແລະ ໄດ້ເນັ້ນໜັກໃຫ້ຫົວໜ້າພະແນກຍຸຕິທໍາແຂວງ, ບັນດາຫົວໜ້າຫ້ອງການຍຸຕິທໍາເມືອງ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ຜັນຂະຫຍາຍດ້ານດີ, ປັບປຸງດ້ານອ່ອນ ແລະ ເອົາໃຈໃສ່ແກ້ໄຂຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ.
ຕອນທ້າຍ ທ່ານລັດຖະມົນຕີ ກໍ່ໄດ້ມອບເງີນ ຈໍານວນ 10,000,000 ກີບ (ສິບລ້ານກີບ) ໃຫ້ພະແນກຍຸຕິທໍາແຂວງ ແລະ ບັນດາຫ້ອງການຍຸຕິທໍາ 7 ເມືອງ ຈໍານວນ 70,000,000 ກີບ (ເຈັດສິບລ້ານກີບ) ເພື່ອຊຸກຍູ້ການເຄື່ອນໄຫວວຽກງານຍຸຕິທໍາຮາກຖານ ໃຫ້ມີປະສິດທິພາບ ແລະ ກວ້າງຂວາງອີກດ້ວຍ.
ຂຽນຂ່າວໂດຍ: ນາງ ພູຄຳ ຫັດສະດີ
ພາບ: ສົມຫວັງ
ປະເພດຂ່າວ: