ພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ

ຕອນເຊົ້າວັນທີ 8 ມັງກອນ 2019 ຢຸ່ທີ່ສະໂມສອນກະຊວງຍຸຕິທຳໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຂຶ້ນ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ສີໄຫວ ໄມພອນ ຄະນະພັກກົມໃຫຍ່ການເມືອງກອງທັບ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ, ມີຜູ້ເຂົ້າຮ່ວມມີ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມທັງໝົດ ຈຳນວນ 171 ທ່ານ, ຍິງ 66 ທ່ານ.

ໃນພິທີທ່ານປະທານໄດ້ເລົ່າເຖິງປະຫວັດສາດການກຳເນີດຂອງກອງທັບປະຊາຊົນລາວ ທີ່ມີປະຫວັດສາດອັນຍາວນານ ຊຶ່ງມີມູນເຊື້ອໃນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າມີນ້ຳໃຈຮັກຊາດອັນດູດດື່ມ, ມີມູນເຊື້ອສາມັກຄີ, ດຸໝັ່ນ ແລະ ມູນເຊື້ອພິລະອາດຫານຕໍ່ຕ້ານກັບການຮຸກຮານຂອງພວກສັດຕູພາຍນອກ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດອັນແສນຮັກຂອງຕົນ ອັນພົ້ນເດັ່ນແມ່ນຂະບວນການຕໍ່ສູ້ທ້ອນໂຮມປະເທດຊາດພາຍໃຕ້ການນຳພາຂອງເຈົ້າຟ້າງຸ່ມມະຫາລາດ, ຂະບວນການຕໍ່ສູ້ຂອງເຈົ້າໄຊເຊດຖາທິລາດ, ເຈົ້າສຸລິຍະວົງສາ ແລະ ຜູ້ອື່ນໆ. ໂດຍພາຍໃຕ້ການນຳພາອັນແທດເຖິງຂອງສາຂາພັກກອມມູນິດອິນດູຈີນ ປະຈຳແຄວ້ນລາວ ກອງປະຊຸມຈຶ່ງໄດ້ເອົາສະຖານທີ່ກອງລາດຊະວົງເປັນບ່ອນຈັດຕັ້ງພິທີປະກາດສ້າງຕັ້ງກອງທັບລາວອິດສະຫຼະຂຶ້ນ ຢ່າງເປັນທາງການ ໂດຍແມ່ນ ທ່ານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ເປັນຜູ້ບັນຊາໂດຍກົງ. ຖັດຈາກນັ້ນມາ, ບັນດາກອງເອກະລາດອື່ນໆເຊັ່ນ: ກອງໄຊຈັກກະພັດ, ກອງໄຊຟ້າງຸ່ມ, ກອງປັດໄຈ ແລະ ກອງໄຊເຊດຖາ ກໍໄດ້ປະກາດຮັບເອົາເຂົ້າໂຮມເປັນກອງທັບລາວອິດສະຫຼະເປັນທາງການ ພາຍໃຕ້ການຊີ້ນຳໂດຍກົງຂອງສາຂາພັກກອມມູນິດອິນດູຈີນປະຈຳລາວ; ນັບແຕ່ນັ້ນມາ ວັນທີ 20 ມັງກອນ 1949 ຈຶ່ງກາຍເປັນວັນປະຫວັດສາດແຫ່ງການສ້າງຕັ້ງ ກອງທັບປະຊາຊົນລາວ.

ການສ້າງຕັ້ງກອງທັບປະຊາຊົນລາວ 20 ມັງກອນ 1949 ແມ່ນມີຄວາມໝາຍສຳຄັນທີສຸດ ມັນແມ່ນເຫດການປະຫວັດສາດໜຶ່ງທີ່ສຳຄັນ ທັງເປັນບາດກ້າວແຫ່ງການຂະຫຍາຍຕົວຂອງການປະຕິວັດ, ການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດ, ເປັນກຳລັງຫຼັກແຫຼ່ງໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອຄວາມເປັນເອກະລາດແຫ່ງຊາດ. ນອກຈາກນັ້ນ, ກອງທັບປະຊາຊົນລາວຍັງເປັນມູນເຊື້ອອັນສະຫງ່າງາມ ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມນິຍົມ; ມີນ້ຳໃຈຕໍ່ສູ້ພິລະອາດຫານ, ກ້າແກ່ນ, ໜຽວແໜ້ນ ແລະ ມີໄຫວພິບ; ມີນ້ຳໃຈດຸໝັ່ນຂະຫຍັນພຽນ, ອອກແຮງງານເພີ່ມພູນຜະລິດຜົນ, ປະຢັດມັດທະຍັດ; ຍາມໃດກໍຢຶດໝັ້ນການພົວພັນ, ສາມັກຄີແບບກາຍອິນຊີອັນແໜ້ນແຟ້ນກັບປະຊາຊົນບັນດາເຜົ່າ, ສາມັກຄີກັບກອງທັບປະເທດສັງຄົມນິຍົມອ້າຍນ້ອງ ແລະ ບັນດາປະເທດເພື່ອນມິດທີ່ກ້າວໜ້າໃນໂລກ ໂດຍສະເພາະແມ່ນຄວາມສາມັກຄີຮ່ວມສຳພັນສູ້ຮົບພິເສດກັບກອງທັບປະຊາຊົນຫວຽດນາມ ແລະ ສາມັກຄີຮ່ວມມືຮອບດ້ານກັບກອງທັບປົດປ່ອຍປະຊາຊົນອິນດູຈີນ; ກອງທັບປະຊາຊົນລາວເວລາໃດກໍຮັກສາມູນເຊື້ອອັນດີງາມ ພາຍໃນມີປະຊາທິປະໄຕ ແລະ ມີລະບຽບວິໄນຢ່າງເຂັ້ມງວດ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ