ທ່ານຮອງລັດຖະມົນຕີ ກະຊວງຍຸຕິທໍາ ຕ້ອນຮັບຜູ້ຕາງໜ້າບໍລິສັດປັກກິ່ງສູນກາງບໍລິການກົດໝາຍ ແລະ ການຄ້າສໍາລັບໜຶ່ງແລວໜຶ່ງເສັ້ນທາງ ສປ ຈີນ

ໃນຕອນເຊົ້າຂອງວັນທີ 26 ທັນວາ 2019, ທີ່ກະຊວງຍຸຕິທໍາ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຮາລີສັນ ເຈຍ (Harrison Jia) ຜູ້ຊ່ວຍປະທານ, ຫົວໜ້າຫ້ອງການ ບໍລິສັດປັກກິ່ງສູນກາງບໍລິການກົດໝາຍ ແລະ ການຄ້າສໍາລັບໜຶ່ງແລວໜຶ່ງເສັ້ນທາງ ເນື່ອງໃນໂອກາດ ທີ່ໄດ້ເດີນທາງມາເຄື່ອນໄຫວວຽກງານ ຢູ່ ສປປ ລາວ.

ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ຮາລີສັນ ເຈຍ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຄື່ອນໄຫວວຽກງານໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນໃນການເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນດີງາມ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ແໜ້ນແຟ້ນ ແລະ ມີປະສິດຕິຜົນສູງຂຶ້ນກ່ວາເກົ່າ ໂດຍສະເພາະວຽກງານກົດໝາຍ ແລະ ຍຸຕິທໍາ. ພ້ອມດຽວກັນນີ້, ທ່ານ ຮອງລັດຖະມົນຕີ ກໍໄດ້ແຈ້ງສະພາບການໂດຍຫຍໍ້ກ່ຽວກັບວຽກງານກົດໝາຍ ແລະ ຍຸຕິທໍາ ຂອງ ສປປ ລາວ ແລະ ການຮ່ວມມືວຽກງານດັ່ງກ່າວ ໃນໄລຍະຜ່ານມາຂອງສອງປະເທດ ໃຫ້ທ່ານ ຮາລີສັນ ເຈຍ ຊາບ.
ໃນໂອກາດນີ້, ທ່ານ ຮາລີສັນ ເຈຍ ກໍໄດ້ສະແດງຄວາມຂອບໃຈມາຍັງທ່ານ ຮອງລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ລາຍງານຈຸດປະສົງໃຫ້ຊາບ ໂດຍສະເພາະແມ່ນການຮ່ວມມືໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ຫ້ອງການທີ່ປຶກສາທາງດ້ານກົດໝາຍ.

ຂຽນຂ່າວ: ອານຸລັກ, ຖ່າຍພາບ: ຊາຍພິມພອນ