ທ່ານລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ຢ້ຽມຢາມສະຖາບັນຍຸຕິທຳແຫ່ງຊາດ ລາວ

ໃນຕອນເຊົ້າຂອງວັນທີ 7 ທັນວາ 2019 ທ່ານ ເລ ແທັງ ລອງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສະຖາບັນຍຸຕິທຳ ແຫ່ງຊາດ ໂດຍການຕ້ອນຮັບຂອງ ທ່ານ ບຸນຕາ ສໍ. ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ພ້ອມດ້ວຍຄະນະ.
ທ່ານຫົວໜ້າສະຖາບັນຍຸຕິທຳ ແຫ່ງຊາດ ໄດ້ລາຍງານສະພາບການເຄື່ອນໄຫວການຈັດຕັ້ງປະຕິບັດໂຄງການຊ່ວຍໜູນສະຖາບັນຍຸຕິທຳລາວ ໃນໄລຍະຜ່ານມາ (ODA) ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຜົນສຳເລັດ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ອັນພົ້ນເດັ່ນ ແມ່ນສຳເລັດຊຸດຝຶກອົບຮົມຢູ່ ສສ ຫວຽດນາມ ໄດ້ 3 ຊຸດ (ຝຶກອົບຮົມວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ 2 ຊຸດ ແລະ ຝຶກອົບຮົມວຽກງານທະບຽນສານ 1 ຊຸດ), ການສ້າງໂຄງການຫຼັກສູດ 6 ຫຼັ້ກສູດ ແລະ ປຶ້ມແບບຮຽນ 14 ຕຳລາຮຽນ ໃນນັ້ນ ມີ 3 ຫຼັກສູດ ທີ່ສາມາດສ້າງໂຄງຮ່າງສຳເລັດແລ້ວ. ຈາກນັ້ນ, ທ່ານ ດວານ ຈຸ່ງ ກ່ຽນ ອຳນວຍການສະຖາບັນຍຸຕິທຳ ສສ ຫວຽດນາມ ກໍໄດ້ມີຄຳເຫັນສະເໜີໃຫ້ຄະນະນຳຂອງກະຊວງຍຸຕິທຳ ແຫ່ງ ສປປ ລາວ ຈົ່ງເອົາໃຈໃສ່ຊີ້ນຳ-ນຳພາ ໃນການຈັດຕັ້ງປະຕິບັດໂຄງການຊ່ວຍໜູນການແຕ່ງຕັ້ງບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດເຂົ້າໃນວຽກງານດັ່ງກ່າວ ແລະ ສືບຕໍ່ໃນການປະຕິບັດວຽກງານຂອງໂຄງການທີ່ຍັງບໍ່ທັນສຳເລັດ ໃຫ້ສາມາດປະຕິບັດສຳເລັດຕາມແຜນການທີ່ວາງໄວ້.

ຈາກນັ້ນ, ທ່ານ ເລ ແທັງ ລອງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ແລະ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ກໍໄດ້ຮ່ວມກັນປູກຕົ້ນໄມ້ ຢູ່ທີ່ສະຖາບັນຍຸຕິທຳແຫ່ງຊາດ ເພື່ອເປັນທີ່ລະນຶກ.

ຂຽນຂ່າວ, ຖ່າຍພາບ ໂດຍ: ຊາຍພິມພອນ ສີຣິວົງໄຊ