ຊາວໜຸ່ມກະຊວງຍຸຕິທຳໄດ້ຮັບນາມມະຍົດ 4 ບຸກ

ຕອນເຊົ້າວັນທີ 5 ທັນວາ 2019 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ກະະຊວງຍຸຕິທຳ ໄດ້ຈັດພິທີປະກາດນາມມະຍົດ 4 ບຸກ ຂອງຄະນະຊາວໝຸ່ມກະຊວງຍຸຕິທຳ ໂດຍການເປັນປະທານຮ່ວມຂອງ ສະຫາຍ ປອ ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກຊາວໜຸ່ມກະຊວງຍຸຕິທຳເຂົ້າຮ່ວມ.

ໃນພິທີ ສະຫາຍ ສຸລິຍາ ສີດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງຍຸຕິທຳ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກປະຈຳປີ 2018 ຜ່ານການຈັດຕັ້ງປະຕິບັດ ເຫັນວ່າຄະນະຊາວໜຸ່ມກະຊວງຍຸຕິທຳສາມາດປະຕິບັດໄດ້ຕາມຂໍ້ແຂ່ງຂັນ 4 ບຸກ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ ເປັນຕົ້ນ ແມ່ນບຸກດ້ານແນວຄິດ; ບຸກດ້ານການຝຶກຝົນ-ຫຼໍ່ຫຼອມຮໍ່າຮຽນ; ບຸກດ້ານວຽກງານການຈັດຕັ້ງ; ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທໍາ.

ຈາກນັ້ນ, ສະຫາຍ ແສງເພັດ ລ່ຽມພຣະຈັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ກໍໄດ້ຂຶ້ນຜ່ານມະຕິຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ວ່າດ້ວຍການຮັບຮອງເອົາສະມາຊິກຊາວ ໜຸ່ມ 4 ບຸກ ປະຈຳປີ 2018 ຈຳນວນ 305 ສະຫາຍ, ຍິງ 121 ສະຫາຍ ແລະ ຮັບຮອງເອົາໜ່ວຍຮາກຖານ 4 ບຸກ ປະຈຳປີ 2018 ຈຳນວນ 12 ໜ່ວຍ. ຈາກນັ້ນ, ສະຫາຍ ປອ ເສີມສຸກ ສິມພະວົງ ກໍໄດ້ໃຫ້ກຽດມອບໃບຢັ້ງຢືນ 4 ບຸກໃຫ້ໜ່ວຍຊາວໜຸ່ມ 12 ໜ່ວຍ. ຫຼັງຈາກນັ້ນ, ຄະນະຈັດຕັ້ງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກໍໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 613/ລຂ, ລົງວັນທີ 15 ສິງຫາ 2019 ວ່າດ້ວຍ ການຢັ້ງຢືນຄະນະຊາວໜຸ່ມ ກະຊວງຍຸຕິທຳ ເປັນຄະນະຊາວໜຸ່ 4 ບຸກ ແລະ ໄດ້ມອບໃບຢັ້ງຢືນ 4 ບຸກ ໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມ ກະຊວງຍຸຕິທຳ ໃຫ້ກຽດມອບໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

ຕອນທ້າຍພິທີ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ ມີຄຳເຫັນໂອ້ລົມ ຕໍ່ສະມາຊິກຊາວໜຸ່ມພາຍໃນກະຊວງຍຸຕິທຳ ໃຫ້ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດ ຕິດພັນກັບວິຊາສະເພາະ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ; ສືບຕໍ່ປັບປຸງບູລະນະການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ສືບຕໍ່ສ້າງຂະບວນການເຄື່ອນໄຫວໃຫ້ມີຄວາມຟົດຟື້ນໃນວັນສຳຄັນຕ່າງໆ; ສືບຕໍ່ຄວາມສາມັກຄີພາຍໃນ ແລະ 3 ອົງການຈັດຕັ້ງມະຫາຊົນໃຫ້ດີຂຶ້ນ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ