ກອງປະຊຸມປັບປຸງຮ່າງປະມວນເອກະສານການຝຶກອົບຮົມ

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນລະຫວ່າງວັນທີ 24-27 ພະຈິກ 2019 ຢູ່ທີ່ທ່າລາດ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ເຂົ້າຮ່ວມມີຄະນະສະຖາບັນຍຸຕິທຳແຫ່ງຊາດ, ຜູ້ຕາງໜ້າຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ສະພາທະນາຍ ຄວາມ, ຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດຈຳນວນ 44 ທ່ານ, ຍິງ 10 ທ່ານ.

ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນໃສ່ບັນດາຮ່າງປະມວນເອກະສານການຝຶກອົບຮົມ ທີ່ຈະຮັບໃຊ້ໃນການສິດສອນ ແລະ ຝຶກອົບຮົມ ຂອງສະຖາບັນຍຸຕິທຳແຫ່ງຊາດ ເປັນຕົ້ນ ຮ່າງປະມວນເອກະສານການຝຶກອົບຮົມທັກສະການສ້າງນິຕິກຳ, ທັກສະການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ ແລະ ທັກສະການໂຄສະນາເຜີຍແຜ່ກົດໝາຍ ທີ່ບັນດາກຸ່ມຄົ້ນຄວ້າໄດ້ຮ່າງສຳເລັດໂດຍພື້ນຖານນັ້ນ ໃຫ້ມີຄວາມເປັນເອກະພາບດ້ານໂຄງຮ່າງ ໂດຍສະເພາະ ຄວາມເອກະພາບທາງດ້ານໜ່ວຍກິດ, ຊົ່ວໂມງຮຽນຂອງແຕ່ລະວິຊາ ຕາມແຜນການຂອງໂຄງການຊ່ວຍໜູນສະຖາບັນຍຸຕິທຳແຫ່ງຊາດ ປະຈຳປີ 2019 ຂອງ ລັດຖະບານ ສສ ຫວຽດນາມ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ມີຄໍາເຫັນຕໍ່ກອງປະຊຸມ ຊຶ່ງທ່ານກໍໄດ້ກ່າວຍ້ອງຍໍຊົມເຊີຍບັນດາຜູ້ເຂົ້າກອງປະຊຸມທີ່ໄດ້ເອົາໃຈໃສ່ຄົ້ນຄວ້າແລກປ່ຽນບົດຮຽນໃນການປຶກສາຫາລື, ປະກອບຄຳຄິດຄຳເຫັນໃສ່ບັນດາຮ່າງປະມວນເອກະສານການຝຶກອົບຮົມ ຢ່າງມີຄວາມຮັບຜິດຊອບສູງ ເພື່ອຄວາມເປັນເອກະພາບທາງດ້ານໂຄງຮ່າງ ແລະ ເນື້ອໃນທີ່ຈະນຳມາສິດສອນ ແລະ ຝຶກອົບຮົມໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນ ເພື່ອແນໃສ່ການພັດທະນາຊັບພະຍາກອນມະນຸດໃນຂົງເຂດຍຸຕິທຳ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ.

ຂ່າວ: ອ່ອນຄຳ, ພາບ: ສົມຫວັງ