ກອງປະຊຸມຄະນະບໍລິຫານງານພັກກະຊວງຍຸຕິທຳ ປະຈຳປີ 2019 ແລະ ທິດທາງແຜນການປະຈຳປີ 2020 ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງຍຸຕິທຳ ຄັ້ງທີ XV

ເພື່ອສືບຕໍ່ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງຍຸຕິທຳ ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈຳປີ 2019 ຂອງລັດຖະບານກໍຄືມະຕິກອງປະຊຸມວຽກງານຍຸຕິທຳທົ່ວປະເທດ. ສະນັ້ນ, ໃນຕອນເຊົ້າຂອງວັນທີ 6 ມັງກອນ ປີ 2020 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ຂຶ້ນໂດຍການເປັນປະທານຂອງ ສະຫາຍ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງຍຸຕິທຳ, ມີຮອງເລຂາຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກ ພ້ອມດ້ວຍຜູ້ຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນ ທີ່ຂຶ້ນກັບກະຊວງ ເຂົ້າຮ່ວມ 18 ສະຫາຍ, ຍິງ 1 ສະຫາຍ.

ໃນກອງປະຊຸມ ສະຫາຍ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ ກໍໄດ້ລາຍງານສະພາບລວມທີ່ພົ້ນເດັ່ນໃນໄລຍະໜຶ່ງປີຜ່ານມາ ເປັນຕົ້ນ ວຽກງານນຳພາການເມືອງ-ແນວຄິດ, ວຽກງານວິຊາສະເພາະ, ວຽກງານການນຳພາອົງການຈັດຕັ້ງມະຫາຊົນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການນຳພາວຽກງານປັບປຸງ, ກໍ່ສ້າງພະນັກງານ-ລັດຖະກອນ ແລະ ວຽກງານກວດກາ, ການປັບປຸງແບບແຜນວິທີເຮັດວຽກ. ນອກຈາກນັ້ນ, ສະຫາຍຮອງເລຂາຄະນະບໍລິຫານງານພັກກະຊວງ ໄດ້ລາຍງານທິດທາງແຜນການວຽກງານປະຈຳປີ 2020 ເຊັ່ນ ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ເປັນປົກກະຕິ ດ້ວຍຫຼາຍຮູບການ ແລະ ວິທີການ, ແທດກັບແຕ່ລະເປົ້າໝາຍ; ຄົ້ນຄວ້າ, ປັບປຸງດ້ານເນື້ອໃນ, ຮູບການ ແລະ ວິທີການສຶກສາອົບຮົມການເມືອງ, ນຳພາແນວຄິດຂອງສະມາຊິກພັກ, ພະນັກງານທົ່ວອົງຄະນະພັກຂອງກະຊວງຍຸຕິທຳ ເພື່ອຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດຂອງສະມາຊິກພັກແຕ່ລະສະຫາຍ; ເພີ່ມທະວີການຊີ້ນຳ-ນຳພາການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນທີ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ຄັ້ງທີ IV ຂອງອົງຄະນະພັກກະຊວງ ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປະຈຳປີ 2020 ຂອງລັດຖະບານໃນຂົງເຂດຍຸຕິທຳໃຫ້ສຳເລັດຕາມແຜນການ; ປັບປຸງ, ກໍ່ສ້າງພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ຄົ້ນຄວ້າ, ປັບປຸງບູລະນະກົງຈັກການຈັດຕັ້ງຂະແໜງຍຸຕິທຳໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ກຳນົດຕຳແໜ່ງງານ ຈັດວາງສັບຊ້ອນພະນັກງານໃຫ້ແທດເໝາະກັບລະດັບຄວາມຮູ້ ຄວາມສາມາດ; ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ພະນັກງານຢ່າງເໝາະສົມ; ຊີ້ນຳ-ນຳພາອົງການຈັດຕັ້ງມະຫາຊົນ ໃຫ້ໄດ້ເຄື່ອນໄຫວຕາມພາລະບົດບາດຂອງແຕ່ລະອົງການ, ຢຶດໜັ້ນອົງການຈັດຕັ້ງມະຫາຊົນ ເປັນກຳລັງແຮງເຕົ້າໂຮມຄວາມສາມັກຄີ, ປຸກລະດົມສຶກສາອົບຮົມສະມາຊິກຂອງຕົນໃຫ້ປະຕິບັດຕາມແນວທາງຂອງພັກ, ກົດໝາຍຂອງລັດ.

ຂຽນຂ່າວ-ຖ່າຍພາບໂດຍ: ບຸນຖອມ ພະສະແຫວງ