ພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 108 ປີ

    ທີ່ສະໂມສອນ ກະຊວງຍຸຕິທຳ ໄດ້ຈັດພິທີ ສະເຫຼີມສະຫຼອງວັນແມ່ຍິງສາກົນຂຶ້ນ ໃນຕອນເຊົ້າຂອງວັນທີ 14 ມີນາ 2018 ຄົບຮອບ 108 ປີ, ໃຫ້ກຽດເປັນປະທານ ໂດຍ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງຍຸຕິທຳ, ມີບັນດາທ່ານຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານວິຊາການ ຈຳນວນ 178 ທ່ານ, ຍິງ 84 ທ່ານ ເຂົ້າຮ່ວມຢ່າງພ້ອມພຽງ.

    ທ່ານ ນາງ ສົມຍົດ ໜູລິດວົງກົດ ຮອງປະທານສະຫະພັນແມ່ຍິງກະຊວງ ໄດ້ໃຫ້ກຽດກ່າວລາຍງານການເຄື່ອນໄຫວຂອງສະຫະພັນແມ່ຍິງກະຊວງຍຸຕິທຳ ປະຈຳປີ 2017 ຊຶ່ງມີເນື້ອໃນບາງຕອນວ່າ: ສະຫະພັນຂອງກະຊວງຍຸຕິທຳ ແມ່ນອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວພາຍໃຕ້ການຊີ້ນຳ-ນຳພາ ໂດຍກົງ ແລະ ຮອບດ້ານຈາກອົງຄະນະພັກກະຊວງຍຸຕິທຳ, ເປັນກຳລັງແຮງພື້ນຖານທີ່ສຳຄັນຂອງຄະນະພັກ-ຄະນະນຳ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ກໍຄືການເຄື່ອນໄຫວວຽກງານຂະບວນການຕາມພາລະບົດບາດຂອງສະຫະພັນແມ່ຍິງ ພາຍໃຕ້ການນຳພາຂອງຄະນະພັກ-ຄະນະນຳ ກະຊວງ. ຄະນະສະຫະພັນແມ່ຍິງກະຊວງຍຸຕິທຳ ຊຶ່ງປະກອບມີ 7 ສະຫາຍ ໄດ້ຮັບການເລືອກຕັ້ງ ຈາກກອງປະຊຸມໃຫຍ່ ຄັ້ງທີ IX ຂອງສະຫະພັນແມ່ຍິງກະຊວງ ແມ່ນໃນນັ້ນ 1 ສະຫາຍໄດ້ຖືກຍົກຍ້າຍໄປປະຈຳການຢູ່ພາກສ່ວນອື່ນ, ສຳລັບໜ່ວຍສະຫະພັນແມ່ຍິງກະຊວງ ມີ 11 ໜ່ວຍ ແລະ 1 ຮາກຖານສະຫະພັນແມ່ຍິງ, ມີສະມາຊິກແມ່ຍິງທັງໝົດ 142 ສະຫາຍ, ໃນນັ້ນມີ ຊົນເຜົ່າລາວລຸ່ມ 131 ສະຫາຍ, ຊົນເຜົ່າມົ້ງ 6 ສະຫາຍ, ຊົນເຜົ່າກື່ມມຸ 2 ສະຫາຍ, ຊົນເຜົ່າຫໍ້ 1 ສະຫາຍ, ຊົນເຜົ່າຜູ້ນ້ອຍ 1 ສະຫາຍ, ຊົນເຜົ່າລື້ 1 ສະຫາຍ, ເປັນສະມາຊິກພັກ 58 ສະຫາຍ, ເປັນກຳມະການຄະນະພັກກະຊວງ 1 ສະຫາຍ, ເປັນຮອງປະທານກວດກາພັກກະຊວງ 1 ສະຫາຍ, ເປັນເລຂາຄະນະໜ່ວຍພັກ 1 ສະຫາຍ, ເປັນຫົວໜ້າພະແນກ 17 ສະຫາຍ, ຮອງພະແນກ 20 ສະຫາຍ, ເປັນຄະນະບໍລິຫານງານຊາວໜຸ່ມ 1 ສະຫາຍ ແລະ ຄະນະກຳມະບານຂອງກະຊວງ 2 ສະຫາຍ. ຕະຫຼອດໄລຍະ 1 ປີ ຜ່ານມາຄະນະສະຫະພັນແມ່ຍິງ ກໍຄືເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງ ໄດ້ປະກອບສ່ວນສຳຄັນເຂົ້າໃນວຽກງານຕ່າງໆຄຽງບ່າຄຽງໄລ່ກັບເພດຊາຍ ຊຶ່ງຍາດໄດ້ຜົນງານຍິ່ງໃຫຍ່ຕາມແຜນການຂອງກະຊວງຍຸຕິທຳ.

    ຈາກນັ້ນ, ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງຍຸຕິທຳ ໄດ້ໃຫ້ກຽດເລົ່າເຖິງຕົ້ນກຳເນີດຂອງວັນແມ່ຍິງສາກົນ ທ່າມກາງສະພາບເສດຖະກິດ ຂອງພວກສັກດິນາ ແລະ ນາຍທຶນຂະຫຍາຍຕົວ. ເມື່ອໂຮງຈັກ, ໂຮງງານອຸດສະຫະກຳຂອງນາຍທຶນຂະຫຍາຍຕົວ ມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ ແລະ ເພີ່ມຄວາມທຸກຍາກໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະ ກຳມະກອນເພດຍິງ ພາຍໃຕ້ລະບອບສັກດິນາ, ນາຍທຶນ, ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກງານຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານດ້ວຍລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ. ນອກຈາກນັ້ນ, ແມ່ຍິງຍັງຖືກດູຖູກໝິ່ນປະໝາດ, ຖືເປັນສິນຄ້າ, ເປັນເຄື່ອງຫຼິ້ນ, ຖືກເຕະຕີ, ຖືກຂົ່ມຂືນທຳຊຳເລົາ ແລະ ຖືກໄລ່ອອກຈາກວຽກງານ. ໃນເວລາຖືພາ, ເກີດລູກ ຫຼື ເວລາເຈັບເປັນກໍບໍ່ໄດ້ຮັບການປິ່ນປົວ. ໂດຍທົ່ວໄປແລ້ວ ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ ລ້ວນແຕ່ເປັນຜູ້ດຸໝັ່ນ, ຂະຫຍັ່ນພຽນໃນການຜະລິດເຂົ້າ, ປາ, ອາຫານ ແລະ ເຄື່ອງຂອງອື່ນໆ ເພື່ອລ້ຽງດູຄອບຄົວ ແລະ ສັງຄົມ, ແຕ່ບໍ່ໄດ້ຮັບການເອົາໃຈໃສ່ເບິ່ງແຍງ, ດູແລ ຈາກສັງຄົມ ຕໍ່ສະພາບຄວາມທຸກທໍລະມານດັ່ງກ່າວ. ສະນັ້ນ, ກຳມະກອນແມ່ຍິງ ໄດ້ມີຄວາມຮູ້ສຶກຄຽດແຄ້ນ ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້ ເພື່ອທວງພວກນາຍທຶນ ຊຶງແມ່ນເຈົ້າຂອງໂຮງຈັກ, ໂຮງງານ ຕ້ອງໄດ້ແກ້ໄຂຊີວິດການເປັນຢູ່ຂອງເຂົ້າເຈົ້າໃຫ້ດີຂຶ້ນເທື່ອລະກ້າວ.

    ໃນຕອນທ້າຍພິທີ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກໍໄດ້ມີຄຳເຫັນໂອລົມ ແລະ ໃຫ້ທິດຊີ້ນຳຕໍ່ຄະນະສະຫະພັນແມ່ຍິງຂອງກະຊວງຍຸຕິທຳ 4 ບັນຫາຕົ້ນຕໍ ດັ່ງນີ້:

1) ໃຫ້ຄະນະສະຫະພັນແມ່ຍິງ ຈົ່ງເອົາໃຈໃສ່ ສຶກສາອົບຮົມດ້ານແນວຄິດການເມືອງໃຫ້ໜັກແໜ້ນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ເສີມຂະຫຍາຍຫົວຄິດປະດິດສ້າງ ເພື່ອຍົກສູງປະສິດຕິພາບຂອງວຽກງານໃຫ້ດີຂຶ້ນ;

2) ຕ້ອງປະຕິບັດແບບແຜນວິທີເຮັດວຽກ ເປັນຕົ້ນການຮ່ວມຊີວິດກັບເອື້ອຍນ້ອງແມ່ນຍິງ, ໃຫ້ມີກອງປະຊຸມເປີດກວ້າງ ແລະ ອື່ນໆ ເປັນປົກກະຕິ;

3) ສ້າງຂະບວນການກັບເອື້ອຍນ້ອງແມ່ຍິງ ໃຫ້ມີຄວາມຕໍ່ເນື່ອງ ແລະ ໃຫ້ເປັນຂະບວນການ ໃນວັນສຳຄັນຕ່າງໆຂອງຊາດ;

4) ປະຕິບັດວຽກງານຂໍ້ແຂ່ງຂັນ 3 ດີ ເພື່ອຕ້ານປາກົດການຫຍໍ້ທໍ້ໃນສັງຄົມ ແລະ ພາຍໃນກະຊວງ.

    ນອກຈາກນັ້ນ, ໃນຕອນທ້າຍພິທີກໍໄດ້ມີກິດຈະກຳຕ່າງໆ ເຊັ່ນ ການສະແດງສິລະປະວັນນະຄະດີ ຈາກສະຖາບັນຍຸຕິທຳແຫ່ງຊາດ,ກິດຈະກຳຖາມ-ຕອບ ແລະ ອື່ນໆ ຢ່າງຟົດຟື້ນ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ

ປະເພດຂ່າວ: