ພິທີປິດການຮຽນກົດໝາຍຊັ້ນຕົ້ນ2018ຂອງເມືອງຄູນຄຳ

ພິທີປິດການຮຽນ-ການສອນກົດໝາຍຊັ້ນຕົ້ນຊຸດທີ VI ປີ 2018 ທີ່ກຸ່ມບ້ານ ທ່ານາ, ເມືອງ ຄູນຄຳ, ແຂວງ ຄຳມ່ວນ.

          ໃນວັນທີ່ 03 ກໍລະກົດ 2018 ຫ້ອງການຍຸຕິທຳເມືອງ ຄູນຄຳ ໄດ້ສະຫລຸບ ວຽກງານຍຸຕິທຳຮາກຖານ ແລະ ມອບ-ຮັບ ໃບປະກາສະນີຍະບັດ ໃຫ້ແກ່ນັກຮຽນກົດໝາຍຊັ້ນຕົ້ນຊຸດທີ VI ຂື້ນທີ່ ຈຸດສຸມ ບ້ານ ຄູນເພັດ ກຸ່ມທ່ານາ ເມືອງ ຄູນຄຳ ແຂວງ ຄຳມ່ວນ ໂດຍການໃຫ້ກຽດເປັນປະທານຂອງທ່ານ ແກ້ວລັນດອນ ຈັນທະປານີ ເລຂາພັກເມືອງ ເຈົ້າເມືອງ ​ຄູນຄຳ ພ້ອມນັ້ນ ກໍ່ຍັງມີຄະນະພະແນກຍຸຕິທຳແຂວງ ຄຳມ່ວນ ເຂົ້າຮ່ວມ ໂດຍມີ ທ່ານ ວິໄລສອນ ທຳມະຈັກ ຫົວໜ້າຫ້ອງການຈັດຕັ້ງພະນັກງານ, ທ່ານ ຄູນຕາ ມະນີວົງ ຫົວໜ້າຫ້ອງບໍລິຫານການເງິນ ພ້ອມຄະນະ, ໃນນັ້ນກໍຍັງມີ ຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ຄະນະພັກຮາກຖານ, ເລຂາກຸ່ມບ້ານທ່ານາ, ອົງການຈັດຕັ້ງຂັ້ນບ້ານ, ຄະນະນາຍບ້ານ, ຮອງນາຍບ້ານ, ປ້

Subscribe to RSS - ພິທີປິດການຮຽນກົດໝາຍຊັ້ນຕົ້ນ2018ຂອງເມືອງຄູນຄຳ