ຄະນະນໍາກະຊວງຍຸຕິທຳ ລົງພົບປະ ແລະ ເຮັດວຽກນໍາຄະນະນໍາ ແຂວງຫຼວງພະບາງ ກ່ຽວກັບວຽກງານຈົດໝາຍເຫດທາງລັດຖະການ

ຄະນະນໍາກະຊວງຍຸຕິທຳ ລົງພົບປະ ແລະ ເຮັດວຽກນໍາຄະນະນໍາ ແຂວງຫຼວງພະບາງ ກ່ຽວກັບວຽກງານຈົດໝາຍເຫດທາງລັດຖະການ

     ໃນຕອນ​ບ່າຍ​ຂອງ​ວັນ​ທີ 5 ມີນາ 2018 ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງ ແຂວງຫຼວງພະບາງ ​ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ ​ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກ ກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ວົງສະຫວັນ ເທບພະຈັນ ຄະນະປະຈຳ ພັກແຂວງ, ຮອງ​ເຈົ້າ​ແຂວງ ​ແຂວງ​ຫຼວງພະບາງ ເຂົ້າ​ຮ່ວມມີ​ ຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວໜ້າພະແນກຍຸຕິທຳແຂວງ, ຜູ້ຕາງໜ້າໂຄງ​ການ LUNA II, ຜູ້ປະສານງານວຽກງານ ຈົດໝາຍເຫດທາງລັດຖະການຂອງແຂວງ ແລະ ຄະນະຈາກກະຊວງຍຸຕິທໍາ ເຂົ້າຮ່ວມຢ່າງ ພ້ອມພຽງ.

Subscribe to RSS - ຄະນະນໍາກະຊວງຍຸຕິທຳ ລົງພົບປະ ແລະ ເຮັດວຽກນໍາຄະນະນໍາ ແຂວງຫຼວງພະບາງ ກ່ຽວກັບວຽກງານຈົດໝາຍເຫດທາງລັດຖະການ