ປາຖະກະຖາ ວັນປະຫວັດສາດສໍາຄັນຂອງຊາດ ຂອງພັກ ແລະ ສາກົນ ໃນເດືອນພຶດສະພາ ແລະ ເຊື່ອມຊຶມມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່

ປາຖະກະຖາ ວັນປະຫວັດສາດສໍາຄັນຂອງຊາດ ຂອງພັກ ແລະ ສາກົນ ໃນເດືອນພຶດສະພາ ແລະ ເຊື່ອມຊຶມມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່.

        ໃນວັນທີ 21 ພຶດສະພາ 2024 ກະຊວງຍຸຕິທໍາ ໄດ້ຈັດພິທີປາຖະກະຖາຂຶ້ນ, ທີ່ຫ້ອງປະ ຊຸມຂອງກະຊວງ ໂດຍການໃຫ້ກຽດເປັນປະທານ ຂອງສະຫາຍ ເກດສະໜາ ພົມມະຈັນ, ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ມີຄະນະພັກ, ບັນດາຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.

        ໃນພິທີ ປະທານ ໄດ້ປາຖະກະຖາຫວນຄືນມູນເຊື້ອ 3 ວັນປະຫວັດສາດສໍາຄັນຂອງຊາດ ແລະ ເຊື່ອມຊຶມມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ຄື:

1) ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີທົ່ງໄຫຫີນຊຽງຂວາງ (18 ພຶດ ສະພາ 1959 – 18 ພຶດສະພາ 2024) ຄົບຮອບ 65 ປີ;

2) ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ (24 ພຶດສະພາ 1960 – 24 ພຶດສະພາ 2024) ຄົບຮອບ 64 ປີ;

3) ວັນໄຊຊະນະບັນຮົບດຽນບຽນຟູ (07 ພຶດສະພາ 1954 – 07 ພຶດສະພາ 2024) ຄົບຮອບ 70 ປີ;

4) ເຜີຍແຜ່ ຄໍາແນະນໍາກ່ຽວກັບການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່.

         ເຊິ່ງພາຍຫຼັງ ທີ່ພະນັກງານ-ລັດຖະກອນ ໄດ້ຮັບຟັງ ກໍເຮັດໃຫ້ມີຄວາມຮັບຮູ້, ເຂົ້າໃຈແຈ້ງ ແລະ ຮໍ່າຮຽນແບບຢ່າງອັນດີງາມ ຂອງຜູ້ນໍາ ທີ່ມີນໍ້າໃຈຮັກຊາດອັນສູງສົ່ງ ແລະ ຄວາມອົງອາດກ້າຫານ, ຄວາມເດັດດ່ຽວໜຽວແໜ້ນຂອງນັກຮົບປະຕິວັດໃນຂະ ບວນການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ໂດຍສະເພາະການນໍາພາຊີ້ນໍາອັນສະຫຼາດສ່ອງໃສ ຂອງພັກໃນການຜ່າວົງລ້ອມ ຂອງກອງພັນທີ 2 ວິລະຊົນ ແລະ ວິລະກໍາໂຕນຄຸກຢ່າງມະຫະສະຈັນ ຂອງຜູ້ນໍາ,ໄດ້ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ການຮ່ວມສໍາພັນສູ້ຮົບຕ້ານຈັກກະພັດລ່າເມືອງຂຶ້ນຝຣັ່ງ ຂອງກອງທັບ ແລະ ປະຊາຊົນ 3 ຊາດອິນດູຈີນ ລາວ-ຫວຽດນາມ-ກໍາປູເຈຍ ເຂົ້າໃນການພົວພັນຮ່ວມມືໃນໄລຍະໃໝ່ໃຫ້ຂະຫຍາຍຕົວຍິ່ງຂຶ້ນ, ເສີມຂະຫຍາຍມູນເຊື້ອນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ເປັນເຈົ້າການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປຸກລະດົມຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຄັ້ງທີ IX ຂອງລັດ ໃນທ້າຍສະໄໝ ໃຫ້ປະກົດຜົນເປັນຈິງ ແລະ ປຸກລະດົມສ້າງຂະບວນການກະກຽມໃຫ້ແກ່ກອງປະຊຸມ 3 ຂັ້ນ ໃນຂອບເຂດທົ່ວປະເທດໃຫ້ມີບັນຍາກາດຟົດຟື້ນ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.

ຂ່າວ-ພາບ: ກະຊວງຍຸຕິທໍາ