Submitted by webmaster on

ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດກົດໝາຍ ກ່ຽວກັບການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ສັງຄົມຍຸຕິທຳໃນ ສປປ ລາວ ຄັ້ງທີ II ຂຶ້ນໃນວັນທີ 26 ມັງກອນນີ້ ທີ່ໂຮງແຮມດອນຈັນພາເລດ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີວ່າການກະຊວງຍຸຕິທຳ ແລະ ທ່ານ ນາງ ອາຊູຊາ ຄູໂບໂຕ, ຮອງຜູ່ຕາງໜ້າອົງການສະຫະປະຊາຊາດ ປະຈຳຢູ່ ສປປ ລາວ, ມີວິທະຍາກອນຈາກກະຊວງຍຸຕິທຳແຫ່ງຣາຊາອານາຈັກໄທ ແລະ ກະຊວງພາຍໃນ, ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງຍຸຕິທຳຂອງ ສປປ ລາວ ແລະ ຜູ່ເຂົ້າຮ່ວມຊຶ່ງມາຈາກກະຊວງ, ບັນດາອົງການທຽບເທົ່າກະຊວງອ້ອມຂາງສູນກາງ, ອົງການສະຫະປະຊາຊາດເພື່ອການພັດທະນາປະຈຳລາວ, ສະຖານທູດ ແລະ ຜູ່ໃຫ້ທຶນເຂົ້າຮ່ວມຮັບຟັງຈຳນວນ 200 ຄົນ.
ໃນກອງປະຊຸມສຳມະນາທ່ານລັດຖະມົນຕີວ່າການກະຊວງຍຕິທຳ ໄດ້ກ່າວໄວ້ວ່າ: ການພັດທະນາປະເທດຕາມທິດການການສ້າງລັດປົກຄອງດ້ວຍກົດໝາຍແມ່ນທ່າອ່ຽງຂອງພາກພື້ນ ແລະ ຂອງໂລກ ຊຶ່ງປະເທດໃດກໍລ້ວນແລ້ວຖືສຳຄັນຕໍ່ບັນຫາດັ່ງກ່າວຍ້ອນວ່າກົດໝາຍເປັນເຄື່ອງມືອັນສຳຄັນຂອງລັດໃນການດັດປັບສາຍພົວພັນສັງຄົມ ໃນເງື່ອນໄຂເສດຖະກິດຕະຫຼາດ ແລະ ການເຊື່ອມໂຍງພາກພື້ນ ແລະ ສາກົນ. ດັ່ງນັ້ນ, ການປົກຄອງລັດດ້ວຍກົດໝາຍເປັນການປົກຄອງລັດທີ່ກ້າວໜ້າຂອງທຸກໆ ລະບອບທີ່ມີປະຊາທິປະໄຕ ປະທານ ໄກສອນ ພົມວິຫານ ຜູ່ນຳທີ່ເຄົາລົບຮັກກໍໄດ້ກ່າວວ່າ: ການສ້າງລັດແຫ່ງອຳນາດກົດໝາຍ ແລະ ໄດ້ຖືເອົາບັນຫານີ້ເປັນໜຶ່ງໃນຈຸດໝາຍຍາວນານໃນການພັດທະນາປະເທດຊາດ; ນອກນັ້ນ, ເພີ່ນຍັງຢືນຢັນວ່າ: ລັດແຫ່ງອຳນາດກົດໝາຍເປັນລັດທີ່ຖືເອົາລັດຖະທຳມະນູນ ແລະ ກົດໝາຍເປັນສິ່ງສູງສູດ. ລັດໄດ້ປະຕິບັດສິດ ແລະ ພັນທະຢ່າງຄົບຖ້ວນຕໍ່ພົນລະເມືອງ ແລະ ພົນລະເມືອງກໍປະຕິບັດສິດ ແລະ ພັນທະຢ່າງຄົບຖ້ວນຕໍ່ລັດ.
ພ້ອມກັນນັ້ນ ກໍດຳເນີນການສ້າງລັດປົກຄອງດ້ວຍກົດໝາຍເທ່ືອລະກ້າວ ຢູ່ໃນມະຕິກອງປະຊຸມໃຫຍ່ຄັ້ງທີ VII ແລະ ກອງປະຊຸມໃຫຍ່ຜູ່ແທນທົ່ວປະເທດຄັ້ງທີ IX ຂອງພັກປີ 2011 ຈຶ່ງໄດ້ກຳນົດວ່າ: ການບຸລະນະລັດເຮົາໃຫ້ເປັນລັດປົກຄອງດ້ວຍກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ທັດສະນະດັ່ງກ່າວນີ້ ໄດ້ຮັບການຜັນຂະຫຍາຍມາເປັນຍຸດທະສາດໃນມະຕິກອງປະຊຸມໃຫຍ່ຜູ່ແທນທົ່ວປະເທດຄັ້ງທີ X ຂອງພັກ ຊຶ່ງເປົ້າໝາຍຕົ້ນຕໍ ແຕ່ນີ້ຮອດ 2020 ຕ້ອງສ້າງລັດປົກຄອງດ້ວຍກົດໝາຍ ລັດທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ. ໃນຕອນທ້າຍຢູ່ໃນກອງປະຊຸມສຳມະນາຄັ້ງນີ້ ທ່ານລັດຖະມົນຕີວ່າການຍັງໃຫ້ໂອກາດຜູ່ເຂົ້າຮ່ວມ ກໍຄືນັກສຳມະນາກອນມີສ່ວນຮ່ວມໃນການປະກອບຄຳຄິດຄຳເຫັນກັບວິທະຍາ ກອນສຳມະນາ ແລະ ຊັກຖາມຂໍ້ຂ້ອງໃຈໃນບາງບັນຫາທີ່ເຫັນວ່າຍັງບໍ່ທັນເຂົ້າໃຈຢ່າງຈະແຈ້ງ ແລະ ກອງປະຊຸມອັດລົງດ້ວຍຜົນສຳເລັດ.