Submitted by wickyboubphalyvanh on

ໃນຕອນເຊົ້າຂອງວັນທີ 12 ມີນາ 2018 ຢູ່ທີ່ສະຖາບັນຍຸຕິທຳແຫ່ງຊາດໄດ້ມີພິທີເປີດການຮຽນ-ການສອນ ວິຊາຊີບຍຸຕິທຳ ຮຸ່ນທີ 4 ສົກປີ 2018-2019 ໂດຍການເປັນປະທານຂອງທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ, ມີຄະນະສະຖາບັນຍຸຕິທຳແຫ່ງຊາດ, ບັນດາຜູ້ຕາງໜ້າຈາກຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕະຫຼອດຮອດຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມທັງໝົດ 115 ທ່ານ,ຍິງ 64 ທ່ານ.
ໃນພິທີທ່ານ ສີວິໄຊ ປະສານພອນ ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ໄດ້ຂື້ນຜ່ານບົດສະຫຼຸບການສອບເສັງຄັດເລືອກນັກສຶກສາ ແລະ ແຜນການຮຽນ-ການສອນ ວິຊາຊີບຍຸຕິທຳ ຮຸ່ນທີ 4 ສົກປີ 2018-2019 ຊຶ່ງຈຸດປະສົງຂອງເປີດການຮຽນ-ການສອນວິຊາຊີບຍຸຕິທຳ ໃນຄັ້ງນີ້ກໍເພື່ອເປັນການສ້າງນັກວິຊາຊີບທາງດ້ານກົດໝາຍ ໂດຍສະເພະ ວິຊາຊີບຜູ້ພິພາກສາ, ພະນັກງານໄອຍະການ ແລະ ທະນາຍຄວາມ.
ຊຶ່ງໄລຍະຜ່ານມາມີຜູ້ທີ່ສົນໃຈມາລົງທະບຽນສອບເສັງທັງໝົດ 167 ຄົນ, ຍິງ 55 ຄົນ, ຜ່ານການສອບເສັງມີຜູ້ສາມາດເສັງຜ່ານຈຳນວນ 146 ຄົນ,ຍິງ 50 ຄົນ, ໃນຈຳນວນນີ້ໄດ້ລົງທະບຽນແລະ ເລີ່ມຮຽນແຕ່ວັນທີ 13 ມີນາ 2018 ແລະ ສຳລັບຫຼັກສູດທີ່ນຳມາສິດສອນໃນຄັ້ງນີ້ ມີທັງໝົດ 27 ວິຊາຮຽນ ໃນນັ້ນ ວິຊາພື້ນຖານ 4 ວິຊາ, ວິຊາສະເພາະວຽກງານຜູ້ພິພາກສາ 7 ວິຊາ, ວິຊາສະເພາະຂອງວຽກງານໄອຍະການ 8 ວິຊາ ແລະ ວິຊາສະເພາະທະນາຍຄວາມ 8 ວິຊາ, ໃຊ້ເວລາຮຽນທັງໝົດ 12 ເດືອນຄື: ຮຽນທິດສະດີ 5 ເດືອນ,ລົງຝຶກງານ 6 ເດືອນ( ຢູ່ສານ 2ເດືອນ, ໄອຍະການ 2 ເດືອນ ແລະ ສະພາທະນາຍຄວາມ 2ເດືອນ) ແລະ ທົບທວນບົດຮຽນກຽມເສັງອີກ 1 ເດືອນ.
ໃນຕອນທ້າຍຂອງພິທີ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍທ່ານໄດ້ເນັ້ນໜັກໃຫ້ຜູ້ທີ່ເຂົ້າຮຽນວິຊາຊີບຍຸຕິທຳ ທຸກຄົນຈົ່ງເຊີດຊູຄວາມຮັບຜິດຊອບ, ເປັນເຈົ້າການໃນການຄົ້ນຄວ້າຮ່ຳຮຽນ ພ້ອມທັງ ປະກອບສ່ວນຢ່າງຕັ້ງໜ້າ ແລະ ເອົາໃຈໃສ່ຕິດຕາມການບັນລະຍາຍຂອງຄູ-ອາຈານເພື່ອຍາດແຍ່ງເອົາຄວາມຮູ້ ແລະ ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ແນ່ໃສ່ເຮັດໃຫ້ການຮຽນໃນຄັ້ງນີ້ປະສົບຜົນສຳເລັດເພື່ອນຳໄປໝູນໃຊ້ເຂົ້າໃນການປະກອບອາຊີບຂອງຕົນໃຫ້ມີທັງຄຸນນະພາບ ແລະ ປະສິດທິຜົນສູງ.
ຂ່າວ ອ່ອນຄຳ ໄຊຍະວົງ ພາບ:ສົມຫັວງ