Submitted by buakhao on

ໃນຕົ້ນອາທິດຜ່ານມາ ທ່ານ ມົນຕີ ສີອຸດົມ ຄະນະພັກ, ຮອງຫົວໜ້າພະແນກຍຸຕິທຳ ແຂວງຊຽງຂວາງ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວ ຊຸກຍູ້ການຮຽນ - ການສອນ ກົດໝາຍຊັ້ນຕົ້ນ ຢູ່ 2 ເມືອງຄື: ເມືອງແປກ ຢູ່ກຸ່ມບ້ານພັ້ນ ແລະ ເມືອງຜາໄຊ ຢູ່ກຸ່ມບ້ານແສນອຸດົມ ແຂວງຊຽງຂວາງ, ມີນັກຮຽນເຂົ້າຮຽນທັງໝົດ 90 ຄົນ, ຍິງ 13 ຄົນ, ໃນນັ້ນເມືອງແປກມີ 47 ຄົນ, ຍິງ 5 ຄົນ ແລະ ເມືອງຜາໄຊມີ 43 ຄົນ, ຍິງ 8 ຄົນ.
ຈຸດປະສົງເພື່ອຈັດຕັ້ງຜັນຂະຫຍາຍທິດນຳ 3 ສ້າງໃນຂະແໜງຍຸຕິທຳ, ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ທີ່ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກວາງອອກ ກໍຄືມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 03 /ກມສພ, ລົງວັນທີ 15 ກຸມພາ 2012 ແລະ ຄຳສັ່ງແນະນຳຂອງກົມການເມືອງສູນກາງພັກ ສະບັບ ເລກທີ 03 / ກມສພ, ລົງວັນທີ 30 ພຶດສະພາ 2011 ວ່າດ້ວຍການສ້າງບ້ານເປັນຫົວໜ່ວຍພັດທະນາ ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ປະກົດຜົນເປັນຈິງ.
ໃນໂອກາດນີ້ ທ່ານ ມົນຕີ ສີອຸດົມ ຄະນະພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງ ຊຽງຂວາງ ມີຄຳເຫັນໂອ້ລົມ ທ່ານໄດ້ຍ້ອງຍໍຊົມເຊີຍ ແລະ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮຽນກົດໝາຍຊັ້ນຕົ້ນໃນຊຸດນີ້ ໃຫ້ມີແນວຄິດອຸ່ນອ່ຽນ ທຸ່ນທ່ຽງ ຫ້າວຫັນ ບໍ່ໃຫ້ປະລະການຮຽນ, ມີຄວາມສາມັກຄີແໜັນແຟ້ນ ມີລະບຽບວິໄນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເອົາໃຈໃສ່ຕໍ່ຄູ, ອາຈານໃນເວລາຂຶ້ນຫ້ອງສອນ ແລະ ຕັ້ງໃຈຄົ້ນຄວ້າ-ຮຳ່ຮຽນ, ຕາມປຶ້ມຫຼັກສູດຕຳລາການຮຽນກົດໝາຍຊັ້ນຕົ້ນປະກອບດ້ວຍ 4 ກຸ່ມວິຊາຄື: ພາກວິຊາທິດສະດີການເມືອງ - ການປົກຄອງ, ພາກວິຊາກົດໝາຍ, ພາກວິຊາວຽກງານຍຸຕິທຳຮາກຖານ ແລະ ພາກວິຊາເຕັກນິກການແຕ່ງເອກະສານທາງລັດຖະການ ລວມທັງໝົດ 37 ວິຊາ, 30 ໜ່ວຍກິດ ແລະ 450 ຊົ່ວໂມງ. ພາຍຫຼັງຮຽນຈົບຫຼັກສູດການຮຽນ - ການສອນກົດໝາຍຊັ້ນຕົ້ນລະບົບ 3 ເດືອນແລ້ວຈະໄດ້ນຳເອົາຄວາມຮູ້ທີ່ຮຽນມາໄປໜູນໃຊ້ ເຂົ້າໃນໜ້າທີ່ວຽກງານຕົວຈິງ, ທັງຮັບປະກັນໃນການບໍລິຫານວຽກງານທີ່ການຈັດຕັ້ງມອບໝາຍໃຫ້ສອດຄ່ອງຕາມແນວທາງຂອງພັກ, ກົດໝາຍຂອງລັດ ແລະ ເຮັດວຽກງານທີ່ຕົນຮັບຜິດຊອບໃຫ້ມີປະສິດທິພາບ ປະສິດທິຜົນສູງກວ່າເກົ່າ.
ຂ່າວ, ພາບ: ອ້ວນ ດາລາວົງ, ພະແນກຍຸຕິທຳແຂວງ ຊຽງຂວາງ
ກວດແກ້ ແລະ ປັບປຸງໂດຍ: ພັກມີໄຊ ບົວຕົງມົວ